ການສ້າງຄວາມພ້ອມໃນລະດັບທີ 2: ລະບົບ, ໂຄງສ້າງ ແລະ ທັກສະ

ການສ້າງຄວາມພ້ອມແມ່ນຫຼັກສູດທີ່ມີຫຼາຍລະດັບເນັ້ນໜັກໃສ່ການພັດທະນາມາດຕະຖານການຮຽນເປັນປະຈຳໃນທົ່ວພະນັກງານໂຕ້ຕອບເຫດສຸກເສີນຢູ່ຂັ້ນສູນກາງ. ຊ່ວຍໃຫ້ຜູ້ເຂົ້າຮ່ວມມີຄວາມສາມາດທີ່ຈຳເປັນເພື່ອເຮັດວຽກໃນການໂຕ້ຕອບເຫດສຸກເສີນ ສາທາລະນະສຸກ.

ການສ້າງຄວາມພ້ອມແມ່ນຫຼັກສູດທີ່ມີຫຼາຍລະດັບເນັ້ນໜັກໃສ່ການພັດທະນາມາດຕະຖານການຮຽນເປັນປະຈຳໃນທົ່ວພະນັກງານໂຕ້ຕອບເຫດສຸກເສີນຢູ່ຂັ້ນສູນກາງ. ຊ່ວຍໃຫ້ຜູ້ເຂົ້າຮ່ວມມີຄວາມສາມາດທີ່ຈຳເປັນເພື່ອເຮັດວຽກໃນການໂຕ້ຕອບເຫດສຸກເສີນ ສາທາລະນະສຸກ.

ລະດັບທີ 2 ໄດ້ສຸມໃສ່ IMD ແລະ ກົນໄກ ຕົ້ນຕໍ. ມັນຍັງຄົ້ນຄ້ວາ ທັກສະ ຫຼັກ ທີ່ເປັນການເຮັດວຽກ ຢ່າງມີປະສິດທີຜົນຂອງທີມງານໂຕ້ຕອບ ແລະ ອະທິບາຍຫຼັກການ ພື້ນຖານຂອງການຄຸ້ມຄອງຄວາມສ່ຽງ.

Photo credit: WHO/C. Black

Self-paced
Language: ພາສາລາວ
Not disease specific

Course information

ຫຼັກສູດນີ້ຍັງມີຢູ່ໃນ:

English - Français - العربية- Українська

ພາບລວມ:ການສ້າງຄວາມພ້ອມເນັ້ນໜັກໃສ່ການພັດທະນາມາດຕະຖານການຮຽນຢ່າງສະໝໍ່າສະເໝີໃນທົ່ວຂົງເຂດວຽກງານການ ໂຕ້ຕອບໃຫ້ຜູ້ເຂົ້າຮ່ວມມີຄວາມສາມາດທີຈຳເປັນເຮັດວຽກໃນລະດັບຕ່າງໆຂອງການໂຕ້ຕອບ. ໃນລະດັບທີ່ 2 ທ່ານຈະຮຽນຮູ້ກ່ຽວກັບ IMS, ກົນໄກຕົ້ນຕໍ ແລະ ກົນໄກຍ່ອຍ ຕ່າງໆ. ທ່ານ ຍັງຈະໄດ້ຮຽນຮູ້ ທັກສະຕົ້ນຕໍ ທີ່ສຳຄັນຕໍ່ການເຮັດວຽກທີ່ມີປະສິດທິຜົນຂອງທີມງານໂຕ້ຕອບ.

ຈຸດປະສົງຂອງການຮຽນ: ໃນຕອນທ້າຍຂອງລະດັບທີ 2, ທ່ານຈະສາມາດ:

  • ອະທິບາຍ ກົນໄກ ຕົ້ນຕໍ, ບົດບາດ ແລະ ຜົນຂອງ IMS ແລະ ວິທີນຳໃຊ້ໃນ EOC
  • ອະທິບາຍຫຼັກການເຮັດວຽກເປັນທີມໃຫ້ປະສົບຄວາມສຳເລັດ;
  • ອະທິບາຍຂັ້ນຕອນການຕັດສິນໃຈ
  • ອະທິບາຍຂັ້ນຕອນການຄຸ້ມຄອງຄວາມສ່ຽງ.

ໄລຍະເວລາຂອງຫຼັກສູດ: ປະມານ 5 ຊມ.

ໃບຢັ້ງຢືນ: ໃບຢັ້ງຢືນຈະໃຫ້ກັບຜູ້ເຂົ້າຮ່ວມທີ່ໄດ້ຄະແນນຢ່າງໜ້ອຍ 80% ຂອງຄະແນນທັງໝົດທີ່ໄດ້ຈາກການຕອບຄຳຖາມ. ຜູ້ເຂົ້າຮ່ວມທີ່ໄດ້ຮັບບັນທຶກຜົນສໍາເລັດຍັງສາມາດດາວໂຫລດ Open Badge ສໍາລັບຫຼັກສູດນີ້. ຄລິກ ທີ່ນີ້ ເພື່ອຮຽນຮູ້ວິທີ.

ຫຼັກສູດຕົ້ນຕໍຂອງການສ້າງຄວາມພ້ອມໃນລະດັບຕ່າງໆສາມາດເຂົ້າເຖິງໄດ້:

ຂໍ້ຄວາມທີ່ຄວນເອົາໃຈໃສ່: ກະລຸນາຮັບຮູ້ວ່າ ຫຼັກສູດນີ້ປະກອບດ້ວຍຮູບພາບຂອງກໍລະນີສຶກສາການໂຕ້ຕອບກັບເຫດສຸກເສີນກ່ອນການລະບາດຂອງໂຄວິດ 19. ກະລຸນາປະຕິບັດຕາມບົດແນະນຳແຫ່ງຊາດໃນການເຝົ້າລະວັງໂຄວິດ 19 ລວມທັງການຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດພ້ອມທັງການໃສ່ຜ້າປິດປາກທີ່ເໝາະສົມ.

Course contents

  • ບົດທີ 1: ລະບົບ ແລະ ໂຄງສ້າງການໂຕ້ຕອບ:

    ໂມດູນນີ້ປະກອບດ້ວຍ 4 ຫນ່ວຍ: ແນະນຳລະບົບ ແລະ ໂຄ່ງສ້າງ; ນະໂຍບາຍ, ແຜນການ ແລະ ຂັ້ນຕອນ; ລະບົບຄຸ້ມຄອງເຫດການ IMS; ຫ້ອງປະຕິບັດງານເຫດສຸກເສີນ EOC.
  • ບົດທີ 2: ກົນໄກຕົ້ນຕໍຂອງລະບົບຄຸ້ມຄອງເຫດການ IMS:

    ໂມດູນນີ້ປະກອບດ້ວຍ 5 ຫນ່ວຍ: ການຄຸ້ມຄອງເຫດການ; ການດຳເນີນງານ; ການສ້າງແຜນ; ພາລາທິການ: ການເງິນ ແລະ ການບໍລິຫານ.
  • ບົດທີ່ 3: ທັກສະຕົ້ນຕໍໃນການໂຕ້ຕອບ:

    ໂມດູນນີ້ປະກອບດ້ວຍ 4 ຫນ່ວຍ: ຮູບແບບຂອງ OODA; ການເຮັດວຽກເປັນທີມ ຄຸນລັກສະນະສະເພາະຂອງທີມ; ການເຮັດວຽກເປັນທີມ ຄວາມຂັດແຍ່ງໃນທີມ: ການລໍາອຽງທີ່ບໍ່ຮູ້ສຶກໂຕ; ການລໍາອຽງທີ່ບໍ່ຮູ້ສຶກໂຕ.

Enroll me for this course

The course is free. Just register for an account on OpenWHO and take the course!
Enroll me now

Certificate Requirements

  • Gain a Record of Achievement by earning at least 80% of the maximum number of points from all graded assignments.