ການສ້າງຄວາມພ້ອມໃນລະດັບທີ 1: ການໂຕ້ຕອບ ແລະ ຫຼັກການ

ການສ້າງຄວາມພ້ອມແມ່ນຫຼັກສູດທີ່ມີຫຼາຍລະດັບເນັ້ນໜັກໃສ່ການພັດທະນາມາດຕະຖານການຮຽນເປັນປະຈຳໃນທົ່ວພະນັກງານໂຕ້ຕອບເຫດສຸກເສີນຢູ່ຂັ້ນສູນກາງ. ຊ່ວຍໃຫ້ຜູ້ເຂົ້າຮ່ວມມີຄວາມສາມາດທີ່ຈຳເປັນເພື່ອເຮັດວຽກໃນການໂຕ້ຕອບເຫດສຸກເສີນ ສາທາລະນະສຸກ.

ການລະບາດຂອງໂຄວິດ 19 ໄດ້ເຮັດໃຫ້ທຸກປະເທດພົບຄວາມທ້າທາຍໃນການມີຄວາມສາມາດໂຕ້ຕອບກັບເຫດສຸກເສີນ. ການເຂົ້າເຖິງປະຊາຊົນຢ່າງຖືກຕ້ອງທີ່ມີທັກສະ ແລະ ຜ່ານການຝຶກອົບຮົມໃນເວລາ ແລະ ສະຖານທີ່ທີ່ຖືກຕ້ອງນັ້ນແມ່ນຈຳເປັນເພື່ອຊ່ວຍ ຊີວິດ ແລະ ປົກປ້ອງສຸຂະພາບຂອງປະຊາຊົນ, ສັງຄົມ ແລະ ເສດຖະກິດໃນຊ່ວງທີ່ມີເຫດສຸກເສີນ.

ລະດັບທີ 1 ໄດ້ໃຫ້ເນື້ອໃນ ແລະ ຫຼັກການຂອງໄພອັນຕະລາຍທັງໝົດທີ່ຕ້ອງໂຕ້ຕອບກັບເຫດສຸກເສີນ, ບົງບອກບັນດາຜູ້ກ່ຽວຂ້ອງ, ພາລະບົດບາດ ແລະ ສາຍພົວພັນຂອງເຂົາເຈົ້າໃນໂຄງສ້າງ. ຍັງໃຫ້ລາຍລະອຽດບົດບາດຂອງອົງການອະນາໄມໂລກ ແລະ ຫຼັກຈັນຍາບັນຈັນຍາທໍາອັນຕົ້ນຕໍ ແລະ ບັນດາຫຼັກການທີ່ຜູ້ໂຕ້ຕອບທັງໝົດຕ້ອງປະຕິບັດຕາມ.

Photo credit: WHO/Blink Media - F. Monir

Self-paced
Language: ພາສາລາວ
Not disease specific

Course information

ຫຼັກສູດນີ້ຍັງມີຢູ່ໃນ:

English - Português - Français - العربية - Українська

ພາບລວມ: ການສ້າງຄວາມພ້ອມເນັ້ນໜັກໃສ່ການພັດທະນາມາດຕະຖານການຮຽນຢ່າງສະໝໍ່າສະເໝີໃນທົ່ວຂົງເຂດວຽກງານການ ໂຕ້ຕອບໃຫ້ຜູ້ເຂົ້າຮ່ວມມີຄວາມສາມາດທີຈຳເປັນເຮັດວຽກໃນລະດັບຕ່າງໆຂອງການໂຕ້ຕອບ. ໃນລະດັບທີ່ໜຶ່ງທ່ານຈະຮຽນຮູ້ກ່ຽວກັບເນື້ອໃນ ແລະ ຫຼັກການໃນການໂຕ້ຕອບສຸມໃສ່ໄພອັນຕະລາຍທັງໝົດ. ຜ່ານການຄົ້ນຄວ້າບັນດາຜູ້ທີ່ກ່ຽວຂ້ອງບົດບາດ ແລະ ສາຍພົວພັນ, ທ່ານຈະລື້ງເຄີຍກັບວິທີການຄຸ້ມຄອງທີ່ດີໃນການໂຕ້ຕອບ ແລະ ເພີ່ມທະວີການຮ່ວມມືໃນຂະແໜງການ.

ຈຸດປະສົງຂອງການຮຽນ: ໃນຕອນທ້າຍຂອງລະດັບທີ 1, ທ່ານຈະສາມາດ:

  • ອະທິບາຍຫຼັກການຂອງການໂຕ້ຕອບເຫດສຸກເສີນທີ່ເປັນອັນຕະລາຍທັງໝົດ;
  • ອະທິບາຍຫຼັກການມະນຸດສະທຳ ແລະ ສິດທິມະນຸດ ແລະ ກົດໝາຍມະນຸດສະທຳສາກົນເພື່ອໂຕ້ຕອບເຫດສຸກເສີນດ້ານສາທາລະນະສຸກ;
  • ອະທິບາຍພັນທະທີ່ບັນດາພາກສ່ວນທີ່ກ່ຽວຂ້ອງຕົ້ນຕໍມີພາຍໃຕ້ລະບຽບການສາທາລະນະສຸກສາກົນ 2005 ໃນການກວດຫາ, ແຈ້ງ ແລະ ຮັບມືກັບເຫດການສາທາລະນະສຸກ;
  • ອະທິບາຍໄດ້ບົດບາດ ແລະ ຄວາມຮັ້ບຜິດຊອບຂອງອົງການຈັດຕັ້ງທີ່ເປັນອົງການໂຕ້ຕອບເຫດສຸກເສີນ ແລະ ໂຄງສ້າງ ຂັ້ນສູນກາງ, ພາກພື້ນ ແລະ ທົ່ວໂລກ.

ໄລຍະເວລາຂອງຫຼັກສູດ: ປະມານ 7 ຊມ.

ໃບຢັ້ງຢືນ: ໃບຢັ້ງຢືນຈະໃຫ້ກັບຜູ້ເຂົ້າຮ່ວມທີ່ໄດ້ຄະແນນຢ່າງໜ້ອຍ 80% ຂອງຄະແນນທັງໝົດທີ່ໄດ້ຈາກການຕອບຄຳຖາມ. ຜູ້ເຂົ້າຮ່ວມທີ່ໄດ້ຮັບບັນທຶກຜົນສໍາເລັດຍັງສາມາດດາວໂຫລດ Open Badge ສໍາລັບຫຼັກສູດນີ້. ຄລິກ ທີ່ນີ້ ເພື່ອຮຽນຮູ້ວິທີ.

ຫຼັກສູດຕົ້ນຕໍຂອງການສ້າງຄວາມພ້ອມໃນລະດັບຕ່າງໆສາມາດເຂົ້າເຖິງໄດ້:

ຂໍ້ຄວາມທີ່ຄວນເອົາໃຈໃສ່: ກະລຸນາຮັບຮູ້ວ່າ ຫຼັກສູດນີ້ປະກອບດ້ວຍຮູບພາບຂອງກໍລະນີສຶກສາການໂຕ້ຕອບກັບເຫດສຸກເສີນກ່ອນການລະບາດຂອງໂຄວິດ 19. ກະລຸນາປະຕິບັດຕາມບົດແນະນຳແຫ່ງຊາດໃນການເຝົ້າລະວັງໂຄວິດ 19 ລວມທັງການຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດພ້ອມທັງການໃສ່ຜ້າປິດປາກທີ່ເໝາະສົມ.

ເອກະສານນີ້ໄດ້ແປເປັນພາສາລາວ. ອົງການອະນາໄມໂລກຈະບໍ່ຮັບຜິດຊອບສຳລັບເນື້ອໃນ ຫຼື ຄວາມຖືກຕ້ອງຂອງການແປນີ້. ໃນກໍລະນີທີ່ພົບຄວາມບໍ່ສອດຄ່ອງໃນເນື້ອໃນທີ່ແປ ລະຫວ່າງ ສະບັບພາສາອັງກິດ ແລະ ສະບັບພາສາລາວ, ສະບັບພາສາອັງກິດທີ່ເປັນເນື້ອໃນດັ້ງເດີມຈະຖືກໃຊ້ ແລະ ເປັນສະບັບທີ່ມີເນື້ອໃນຖືກຕ້ອງຄົບຖ້ວນ.

Course contents

  • ພາກແນະນຳ: ຍິນດີຕ້ອນຮັບເຂົ້າສູ້ການສ້າງຄວາມພ້ອມ:

    ຫຼັກສູດນີ້ແນະນຳເນື້ອໃນຕົ້ນຕໍຂອງການສ້າງຄວາມພ້ອມ.
  • ບົດທີ 1: ການໂຕ້ຕອບເຫດສຸກເສີນໄພອັນຕະລາຍທັງໝົດ:

    ບົດນີ້ປະກອບດ້ວຍສາມພາກ: ລັກສະນະຂອງເຫດສຸກເສີນ; ຫຼັກການຂອງການໂຕ້ຕອບກັບອັນຕະລາຍທັງໝົດ; ແລະ ໂຄງສ້າງ ການໂຕ້ຕອບແຫ່ງຊາດ.
  • ບົດທີ 2: ການຊຸກຍູ້ຈາກສາກົນເພື່ອການໂຕ້ຕອບ:

    ບົດນີ້ປະກອບດ້ວຍ 4 ພາກ: ພາບລວມຂອງຜູ້ໂຕ້ຕອບ; ລະບົບການຊ່ວຍເຫຼືອດ້ານມະນຸດສະທໍາ; ລະບົບເປັນກຸ່ມ ແລະ ເຄື່ອຂ່າຍຜູ້ຮ່ວມງານ.
  • ບົດທີ 3: ການຊຸກຍູ້ຂອງອົງການອະນາໄມໂລກເພື່ອການໂຕ້ຕອບ:

    ບົດນີ້ປະກອບດ້ວຍ 3 ພາກ: ບົດບາດຂອງອົງການອະນາໄມໂລກໃນການໂຕ້ຕອບ; ບົດບາດຂອງອົງການອະນາໄມໂລກໃນເຫດການ ກຳມັດຕະພາບລັງສີ ແລະ ສານເຄມີ; ບົດບາດຂອງອົງການອະນາໄມໂລກໃນການໂຕ້ຕອບກັບພະຍາດທີ່ເກີດຈາກອາຫານ.
  • ບົດທີ 4: ຫຼັກຈັນຍາບັນຈັນຍາທໍາ ແລະ ຫຼັກການຂອງການໂຕ້ຕອບ:

    ບົດນີ້ປະກອບດ້ວຍຫ້າພາກ: ລະບຽບການສາທາລະນະສຸກສາກົນ (2005); ກົດໝາຍ ແລະ ສົນທິສັນຍາສາກົນ; ສິດທິມະນຸດໃນ ການໂຕ້ຕອບດ້ານສຸຂະພາບ; ຫຼັກການມະນຸດສະທໍາ; ແລະ ລະບຽບການຂອງອົງການອະນາໄມໂລກ, ຄຸນຄ່າຂອງ ສປຊ ແລະ ການລ່ວງລະເມີດທາງເພດ.
  • ບົດທີ 5: ກໍລະນີສຶກສາ:

    ບົດນີ້ນຳສະເໜີ 3 ກໍລະນີສຶກສາເພື່ອໃຫ້ທ່ານອ່ານພ້ອມປະກອບຄຳຄິດເຫັນສິ່ງທີ່ທ່ານໄດ້ຮຽນໃນຫຼັກສູດລະດັບທີ 1.

Enroll me for this course

The course is free. Just register for an account on OpenWHO and take the course!
Enroll me now

Certificate Requirements

  • Gain a Record of Achievement by earning at least 80% of the maximum number of points from all graded assignments.